ໂຣກຫັດເປັນໂຣກທີ່ຕິດເຊື້ອໄວຣັສທີ່ຕິດຕໍ່ໄດ້ໄວທີ່ສຸດແລະອາດກໍ່ໃຫ້ເກີດອາການແຊກຊ້ອນຮ້າຍແຮງໄດ້. ມັນຍັງຄົງເປັນສາເຫດຂອງການເສັຍຊີວິດທີ່ພົບໄດ້ເລື້ອຍໆຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີຢູ່ໃນບາງສ່ວນຂອງໂລກ.
ໃນໄລຍະຜ່ານມາ, ການຕິດເຊື້ອໂຣກຫັດແມ່ນເປັນເລື້ອງປົກກະຕິໃນວັຍເດັກໃນອອສເຕຣເລັຍ. ຄົນສ່ວນໃຫຍ່ທີ່ເກີດກ່ອນປີ 1966 ຈະຕິດເຊື້ອໂຣກຫັດໃນວັຍເດັກ ແລະ ມີແນວໂນ້ມທີ່ຈະມີພູມຄຸ້ມກັນ.
ເນື່ອງຈາກມີການສັກຢາປ້ອງກັນໂຣກ ໃນປັດຈຸບັນໂຣກຫັດຈຶ່ງພົບໄດ້ໜ້ອຍໃນອອສເຕຣເລັຍ.
ຢ່າງໃດກໍ່ຕາມ, ໂຣກຫັດຍັງຄົງພົບໄດ້ທົ່ວໄປໃນຫຼາຍພາກສ່ວນຂອງໂລກ ແລະ ການລະບາດໃຫຍ່ຍັງສືບຕໍ່ເກີດຂຶ້ນໃນຫຼາຍປະເທດ. ຜູ້ທີ່ເດີນທາງໄປຕ່າງປະເທດ ຫຼື ເດີນທາງມາອອສເຕຣເລັຍອາດນຳເອົາໂຣກນີ້ມານຳໄດ້ ຊຶ່ງເຮັດໃຫ້ເກີດການລະບາດຂອງໂຣກຫັດຢູ່ໃນຊຸມຊົນ. ນີ້ແມ່ນເຫດຜົນທີ່ວ່າມັນເປັນສິ່ງສໍາຄັນທີ່ຕ້ອງແນ່ໃຈວ່າທ່ານໄດ້ຮັບການສັກຢາປ້ອງກັນໂຣກຫັດ ເພື່ອຊ່ວຍປົກປ້ອງຕົວທ່ານເອງ ແລະຊຸມຊົນຂອງທ່ານ.
ມັນເປັນສິ່ງສໍາຄັນທີ່ຈະຕ້ອງແນ່ໃຈວ່າຜູ້ທີ່ເກີດໃນລະຫວ່າງປີ 1966 ຫຼື ຫຼັງຈາກນັ້ນ ໄດ້ຮັບວັກຊີນໂຣກຫັດສອງເຂັມ.
ອາການທຳອິດແມ່ນເປັນໄຂ້, ເມື່ອຍ, ໄອ, ນ້ຳມູກໄຫຼ, ຕາແດງແລະເຈັບຕາ ແລະ ຮູ້ສຶກບໍ່ສະບາຍຕົວ. ສອງສາມມື້ຕໍ່ມາຈະມີຕຸ່ມຜື່ນປາກົດຂຶ້ນ. ຜື່ນຈະເລີ້ມຂຶ້ນເທິງໃບໜ້າ, ແຜ່ລາມລົງໄປເຖິງລຳຕົວ ແລະ ເປັນຢູ່ປະມານ 4-7 ວັນ. ຜື່ນຈະບໍ່ມີອາການຄັນ. ບາງຄົນ, ໂດຍສະເພາະເດັກນ້ອຍ, ອາດຈະມີອາການຖອກທ້ອງອີກນຳ.
ອາການຂອງໂຣກຫັດມັກຈະເລີ້ມປາກົດປະມານ 10 ມື້ຫຼັງຈາກໄດ້ສຳຜັດກັບໄວຣັສ ແຕ່ບາງຄັ້ງອາດໃຊ້ເວລາປະມານ 7 ຫຼື ດົນເຖິງ18 ມື້ຈຶ່ງຈະປາກົດ. ປົກກະຕິແລ້ວຕຸ່ມຜື່ນຈະປາກົດຂຶ້ນປະມານ 14 ມື້ຫຼັງຈາກການສຳຜັດກັບເຊື້ອໄວຣັສໂຣກຫັດ.
ໂຣກຫັດເປັນໂຣກຮ້າຍແຮງ. ຄົນທີ່ເປັນໂຣກຫັດຫຼາຍເຖິງ ໜຶ່ງໃນສາມ ຈະມີອາການແຊກຊ້ອນ ແລະຫຼາຍຄົນຕ້ອງເຂົ້າຮັບການຮັກສາຢູ່ໂຮງໝໍ. ອາການແຊກຊ້ອນຂອງໂຣກຫັດອາດປະກອບມີການຕິດເຊື້ອໃນຫູ, ຖອກທ້ອງ ແລະ ປອດອັກເສບ. ປະມານໜຶ່ງໃນທຸກໆ 1000 ຄົນທີ່ເປັນໂຣກຫັດຈະພັດທະນາເປັນສະໝອງອັກເສບ (ອາການບວມຂອງສະໝອງ).
ໂຣກຫັດມັກຈະແຜ່ຜາຍໄປເມື່ອຄົນຫາຍໃຈເອົາເຊື້ອໄວຣັສໂຣກຫັດທີ່ເກີດຈາກອາການໄອ ຫຼື ຈາມຂອງຜູ້ຕິດເຊື້ອທີ່ຢູ່ໃນອາກາດ.
ໂຣກຫັດແມ່ນໜຶ່ງໃນໂຣກຕິດເຊື້ອທີ່ແຜ່ລາມໄດ້ງ່າຍທີ່ສຸດໃນບັນດາໂຣກຕິດເຊື້ອຂອງມະນຸດທັງໝົດ. ພຽງແຕ່ການຢູ່ໃນຫ້ອງດຽວກັນກັບຄົນທີ່ເປັນໂຣກຫັດກໍ່ສາມາດເຮັດໃຫ້ຕິດເຊື້ອໄດ້.
ໂດຍປົກກະຕິແລ້ວ ຄົນທີ່ເປັນໂຣກຫັດແມ່ນມັກຈະຕິດເຊື້ອຕັ້ງແຕ່ກ່ອນອາການຈະເລີ່ມຕົ້ນຈົນເຖິງສີ່ມື້ຫຼັງຈາກຜື່ນປາກົດຂຶ້ນ.
ຄົນທີ່ມີຄວາມສ່ຽງຕໍ່ການເປັນໂຣກຫັດຖ້າ:
ໂຣກຫັດຍັງພົບໄດ້ທົ່ວໄປຢູ່ໃນຫຼາຍປະເທດ ແລະ ການລະບາດໃຫຍ່ມັກຈະເກີດຂຶ້ນເລື້ອຍໆ. ຜູ້ທີ່ໄປຕ່າງປະເທດມີຄວາມສ່ຽງຕໍ່ການຕິດໂຣກຫັດ ຖ້າພວກເຂົາບໍ່ມີພູມຄຸ້ມກັນ.
ການປ້ອງກັນໂຣກຫັດທີ່ດີທີ່ສຸດແມ່ນການສັກວັກຊີນ. ວັກຊີນປ້ອງກັນໂຣກຫັດສອງເຂັມ (ຫ່າງກັນຢ່າງ ໜ້ອຍ 4 ອາທິດ) ຈະໃຫ້ການປ້ອງກັນໃນໄລຍະຍາວ, ອາດຕະຫຼອດຊີວິດໃນ 99% ຂອງຜູ້ທີ່ໄດ້ຮັບວັກຊີນ.
ຜູ້ທີ່ວາງແຜນຈະໄປຕ່າງປະເທດຄວນໂອ້ລົມກັບທ່ານໝໍຄອບຄົວຂອງພວກເຂົາ ຫຼື ເພສັຊກອນກ່ຽວກັບການສັກວັກຊີນ, ກວດເບິ່ງວ່າພວກເຂົາໄດ້ຮັບການສັກວັກຊີນຄົບຖ້ວນແລ້ວ ແລະກວດສອບໃຫ້ແນ່ໃຈວ່າພວກເຂົາໄດ້ຮັບວັກຊີນປ້ອງກັນໂຣກຫັດຢ່າງຄົບຖ້ວນກ່ອນທີ່ຈະອອກຈາກອອສເຕຣເລັຍ.
ໃນປະເທດອອສເຕຣເລັຍ, ເດັກນ້ອຍຈະໄດ້ຮັບວັກຊີນປ້ອງກັນໂຣກຫັດ 2ເຂັມ ໂດຍບໍ່ຕ້ອງເສັຍຄ່າໃຊ້ຈ່າຍໃດໆພາຍໃຕ້ໂຄງການການສັກຢາປ້ອງກັນໂຣກ ແຫ່ງຊາດ (NIP) ຕອນ:
ວັກຊີນເຫຼົ່ານີ້ໃຫ້ການປ້ອງກັນຈາກໂຣກໝາກເບີດ, ໂຣກຫັດເຢັຍລະມັນ(ຣູແບລລາ) ແລະ ໂຣກໝາກໃສ (ວາຣີແຊລລາ) ລວມເຖິງໂຣກຫັດອີກດ້ວຍ.
ຜູ້ທີ່ວາງແຜນຈະໄປຕ່າງປະເທດກັບເດັກນ້ອຍອາຍຸລະຫວ່າງ 6 ຫາ 18 ເດືອນຄວນປຶກສາຫາລືກ່ຽວກັບແຜນການຂອງພວກເຂົາກັບທ່ານໝໍຄອບຄົວຂອງພວກເຂົາ, ເນື່ອງຈາກວ່າເດັກນ້ອຍທີ່ເດີນທາງໄປເຂດທີ່ມີຄວາມສ່ຽງສູງຕໍ່ໂຣກຫັດສາມາດໄດ້ຮັບວັກຊີນປ້ອງກັນໂຣກຫັດແຕ່ຕົ້ນໆ.
ຜູ້ໃດທີ່ເກີດໃນລະຫວ່າງ ປີ 1966 ຫຼື ຫຼັງຈາກນັ້ນ ແລະ ບໍ່ເຄີຍຕິດເຊື້ອໂຣກຫັດມາກ່ອນຄວນໄປພົບທ່ານໝໍເພື່ອໃຫ້ແນ່ໃຈວ່າພວກເຂົາໄດ້ສັກວັກຊີນປ້ອງກັນ ໂຣກຫັດຄົບສອງເຂັມຢ່າງໜ້ອຍເວັ້ນລະຍະຫ່າງ 4 ອາທິດ. ຖ້າຍັງບໍ່ໄດ້ຮັບວັກຊີນ ກໍສາມາດຮັບວັກຊີນໄດ້ໂດຍບໍ່ເສັຍຄ່າໃນ ຣັດ NSW.
ການສັກວັກຊີນຫຼາຍກວ່າສອງເຂັມກໍມີຄວາມປອດໄພ, ດັ່ງນັ້ນຜູ້ທີ່ບໍ່ແນ່ໃຈກໍຄວນໄປຮັບການສັກວັກຊີນ.
ໃນຣັດ NSW ສາມາດຮັບວັກຊີນໂຣກຫັດຈາກທ່ານໝໍທົ່ວໄປ ແລະ ເພສັຊກອນດ້ານສັກຢາກັນໂຣກທີ່ລົງທະບຽນ.
ເພສັຊກອນດ້ານສັກຢາກັນໂຣກບໍ່ສາມາດໃຫ້ວັກຊີນໂຣກຫັດແກ່ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີໄດ້.
ສໍາລັບໃຜທີ່ບໍ່ມີຫຼັກຖານການສັກວັກຊີນໂຣກຫັດຄົບສອງເຂັມ (ບໍ່ໄດ້ຂໍຮັບວັກຊີນພາຍໃຕ້ NIP) ວັກຊີນຈະແມ່ນຟຣີ, ຢ່າງໃດກໍຕາມ, ເພສັຊກອນ ຫຼື ທ່ານໝໍອາດຈະຄິດຄ່າບໍລິການໃນການສັກວັກຊີນ.
ສໍາລັບຂໍ້ມູນເພີ້ມເຕີມເບິ່ງ ຄຳຖາມທີ່ຖືກຖາມເລື້ອຍໆກ່ຽວກັບການສັກວັກຊີນປ້ອງກັນໂຣກຫັດ.
ຜູ້ທີ່ມີອາການຂອງໂຣກຫັດຄວນໂທແຈ້ງລ່ວງໜ້າໃນເວລາໄປຮັບການຮັກສາຕາມສະຖາມທີ່ຮັກສາສຸຂະພາບຕ່າງໆ (ເຊັ່ນ: ພະແນກສຸກເສີນ ຫຼື ທ່ານໝໍ), ເພື່ອແຈ້ງໃຫ້ພະນັກງານຮູ້ອາການ ເພື່ອໃຫ້ພວກເຂົາສາມາດແຍກໂຕເມື່ອມາຮອດເພື່ອຈຳກັດການແຜ່ລະບາດຂອງໂຣກຫັດໄປໃຫ້ຜູ້ອື່ນ.
ຜູ້ທີ່ເປັນໂຣກຫັດຄວນຢູ່ເຮືອນຈົນກວ່າພວກເຂົາຈະບໍ່ແຜ່ເຊື້ອອີກຕໍ່ໄປ (ເຊັ່ນ: ຈົນກວ່າຈະຜ່ານສີ່ມື້ຫຼັງຈາກຜື່ນເລີ້ມຂຶ້ນ) ເພື່ອຫຼຸດຜ່ອນຄວາມສ່ຽງທີ່ຈະແຜ່ລາມໄປຫາຜູ້ອື່ນ.
ຄົນຜູ້ໜຶ່ງຈະຖືກສົງໄສວ່າເປັນໂຣກຫັດ ເມື່ອລາວຮູ້ສຶກບໍ່ສະບາຍ, ໄອ, ນ້ຳມູກໄຫຼ ຫຼື ເຈັບຕາ ແລະ ມີອາການໄຂ້ຕາມມາດ້ວຍຕຸ່ມຜື່ນ.
ເມື່ອໃດກໍຕາມທີ່ສົງໄສວ່າເປັນໂຣກຫັດ, ຄວນເກັບຕົວຢ່າງຈາກດັງ, ຄໍ, ແລະ ປັດສະວະເພື່ອຢືນຢັນການວິນິດໄສ. ອາດມີການກວດເລືອດອີກນຳ.
ການຢືນຢັນການວິນິດໄສແມ່ນມີຄວາມສໍາຄັນຍ້ອນວ່າມັນຊ່ວຍໃຫ້ບໍລິການອະນາໄມຊຸມຊົນສາມາດຕິດຕາມດູແລຜູ້ທີ່ມີຄວາມສ່ຽງຕໍ່ການເປັນໂຣກຫັດ ໄດ້ໃນທັນທີ.
ບໍ່ມີການປິ່ນປົວສະເພາະສໍາລັບໂຣກຫັດ. ປົກກະຕິຜູ້ທີ່ເປັນໂຣກຫັດຈະຖືກແນະນຳໃຫ້ພັກຜ່ອນ, ດື່ມນ້ຳຫຼາຍໆ ແລະ ກິນຢາພາຣາເຊຕາມອລເພື່ອຫຼຸດຜ່ອນອາການໄຂ້.
ສໍາລັບຫຼາຍໆຄົນ, ໂຣກອາດຈະຮ້າຍແຮງຈົນຈະຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍ.
ທ່ານໝໍ, ໂຮງໝໍ ແລະ ຫ້ອງທົດລອງ, ໂຮງຮຽນ, ແລະ ສູນດູແລເດັກຕ້ອງແຈ້ງກໍລະນີຂອງຜູ້ເປັນໂຣກຫັດໃຫ້ໜ່ວຍງານສາທາລະນະສຸກທ້ອງຖິ່ນຊາບ.
ພະນັກງານຂອງພະແນກບໍລິການສາທາລະນະສຸກຈະສໍາພາດທ່ານໝໍແລະຄົນເຈັບ (ຫຼືຜູ້ດູແລ) ເພື່ອຊອກຫາສາເຫດຂອງການຕິດເຊື້ອ, ລະບຸຜູ້ອື່ນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ, ປະຕິບັດມາດຕາການຄວບຄຸມ (ເຊັ່ນ: ການສັກຢາປ້ອງກັນແລະຂໍ້ຈໍາກັດໃນການເຂົ້າໂຮງຮຽນຫຼືເຮັດວຽກ), ແລະ ໃຫ້ຄໍາແນະນໍາອື່ນໆ.
ຜູ້ທີ່ເປັນໂຣກຫັດຄວນຢູ່ເຮືອນ ແລະ ບໍ່ໄປເຮັດວຽກ, ໂຮງຮຽນ ຫຼື ສະຖານທີ່ຮັບລ້ຽງເດັກເປັນເວລາຢ່າງ ໜ້ອຍສີ່ມື້ຫຼັງຈາກຜື່ນແດງປາກົດຂຶ້ນ.
ໂຣກຫັດ: ແບບຟອມຂໍ້ມູນສຳລັບຜູ້ສຳຜັດໂຣກຫັດ ມີຂໍ້ມູນທີ່ເປັນປະໂຫຍດສຳລັບທ່ານໝໍເພື່ອສະໜອງໃຫ້ຜູ້ສຳຜັດໂຣກຫັດ, ການຕິດຕາມການປະເມີນ ແລະ/ຫຼື ການສະໜອງການປ້ອງກັນຫຼັງການສຳຜັດໂຣກ.
ເພື່ອເອົາຂໍ້ມູນເພີ້ມເຕີມ ກະລຸນາໂທຫາ ໜ່ວຍງານບໍລິການສາທາລະນະສຸກທ້ອງຖິ່ນຂອງທ່ານ ທີ່ເບີ 1300 066 055.
ຖ້າທ່ານ ຫຼື ລູກຂອງທ່ານມີອາການຂອງໂຣກຫັດ ແລະ ທ່ານມີຄວາມກັງວົນ ໃຫ້ເວົ້າລົມກັບທ່ານໝໍຂອງທ່ານທັນທີ ຫຼື ໃນກໍລະນີສຸກເສີນໃຫ້ໂທເບີ 000. ສໍາລັບຄໍາແນະນໍາດ້ານສຸຂະພາບ ທ່ານຍັງສາມາດໂທຫາ Healthdirect ໄດ້ທີ່ເບີ 1800 022 222 ເພື່ອຂໍຄໍາແນະນໍາດ້ານສຸຂະພາບຟຣີ ຕລອດ 24 ຊົ່ວໂມງ ຫຼື ໂອ້ລົມກັບເພສັຊກອນໃນທ້ອງຖິ່ນຂອງທ່ານ.
ເນື່ອງຈາກວ່າໂຣກຫັດເປັນໂຣກຕິດຕໍ່ຮ້າຍແຮງ, ຜູ້ສຳຜັດແມ່ນຜູ້ທີ່ໃຊ້ອາກາດດຽວກັນກັບຜູ້ທີ່ຕິດເຊື້ອໂຣກຫັດ. ອັນນີ້ອາດລວມເຖິງການຢູ່ໃນຫ້ອງ ຫຼື ບໍລິເວນລໍຖ້າດຽວກັນກັບຄົນທີ່ເປັນໂຣກຫັດ.
ມັນງ່າຍທີ່ຈະສຳຜັດໂຣກຫັດໄດ້ໂດຍບໍ່ຮູ້ຕົວ ເພາະວ່າຄົນທີ່ຕິດເຊື້ອສາມາດແຜ່ເຊື້ອໂຣກໄດ້ກ່ອນທີ່ຜື່ນຈະປາກົດຂຶ້ນ. ນີ້ຈຶ່ງເປັນເຫດຜົນທີ່ວ່າເປັນຫຍັງຈຶງເປັນສິ່ງສໍາຄັນທີ່ຕ້ອງຮັບປະກັນວ່າທ່ານມີພູມຕ້ານທານກັບໂຣກຫັດ, ໂດຍສະເພາະຖ້າວາງແຜນເດີນທາງໄປຕ່າງປະເທດ.
ຜູ້ສຳຜັດໂຣກຫັດຄວນສັງເກດອາການຂອງໂຣກຫັດຈົນເຖິງ 18ມື້ຫຼັງຈາກການສຳຜັດຄັ້ງສຸດທ້າຍກັບຜູ້ທີ່ຕິດເຊື້ອໂຣກຫັດ. ເພື່ອເປັນການປ້ອງກັນໄວ້ກ່ອນມັນເປັນຄວາມຄິດທີ່ດີທີ່ຄວນຫຼີກລ່ຽງການສຳຜັດກັບຜູ້ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອໂຣກຫັດໃນຊ່ວງເວລານີ້, ເຊັ່ນ: ເດັກອ່ອນທີ່ຍັງນ້ອຍເກີນກວ່າຈະສັກຢາວັກຊີນ.
ຖ້າທ່ານເລີ້ມມີອາການຂອງໂຣກຫັດ: